ຕະຫລາດກາງຄືນ
ຫາກມີໂອກາດໄປໃນ ແຂວງຫລວງນ້ຳທາ ບໍ່ວ່າຈະໄປທ່ອງທ່ຽວ, ຢາມພີ່ນ້ອງ, ເຮັດກິດຈະກຳ, ພົວພັນວຽກງານທາງດ້ານໃດກໍ່ຕາມ ແມ່ນແຕ່ນັກສຶກສານັບຫລາຍພັນຄົນທີ່ເດີນ ທາງກັບບ້ານໃນຍາມພັກຮຽນຕ່າງກໍ່ມ່ວນຊື່ນກັບການໄດ້ໄປເລາະຕະຫລາດ, ເຊິ່ງແຕກຕ່າງຈາກບ່ອນອື່ນເພາະມັນເປັນຕະຫລາດກາງຄືນ ທີ່ຕັ້ງຢູ່ໃຈກາງເມືອງນັ້ນກໍ່ຄື ຕະຫລາດຂອງ ບ້ານໂພນໄຊນັ້ນເອງ.
ພຽງແຕ່ທ່ານເດີນທາງບໍ່ໄກຈາກເທດສະບານເມືອງ ທ່ານຈະພົບກັບຕະຫລາດໃນຕອນຄ່ຳເປັນຈຸດເດັ່ນຂອງຕະຫລາດກາງຄືນມີແມ່ຄ້າຊາວຂາຍທັງຫລາຍຕ່າງກໍ່ອຶກກະທຶກໃນສະຖານ ທີ່ແຫ່ງນີ້ ເຊິ່ງມີຜູ້ຄົນເປັນຈຳນວນຫລາຍໃຫ້ຄວາມສົນໃຈກັບອາຫານຄ່ຳ, ນັບວ່າເປັນຈຸດນັດພົບຂອງຄົນສ່ວນຫລາຍກໍ່ວ່າໄດ້ ເພາະເຂົ້າມາໃນຕະຫລາດແຫ່ງນີ້ ເວົ້າເລື່ອງອາຫານການກິນເກືອບວ່າຄົບມີທັງອາຫານພື້ນບ້ານທີ່ເປັນເອກະລັກຂອງຄົນໃນທ້ອງຖິ່ນ ແລະ ອາຫານຕ່າງປະເທດ, ສຳຄັນຍັງມີອາຫານແບບລາວໆຂອງແຕ່ລະແຂວງນຳອີກ ເຊັ່ນ: ຕົ້ມໄກ່ລາດ (ຊຽງຂວາງ) ປີ້ງໄກ່ນາປົ່ງ (ສາລະວັນ), ເອາະຫລາມ, ແຈ່ວບອງ, (ຫລວງພະບາງ) ຈົນຮອດກ້ອຍປາເປັນອາຫານຊັ້ນດີຂອງແຂວງຈຳປາສັກນຳອີກ, ເຊິ່ງມີທັງຊີ້ນສັດປ່າບາງຊະນິດແມ່ນແຕ່ປາເພ້ຍ, ປາພອນ ທີ່ຢູ່ທາງຈຳປາສັກກໍ່ມີ ຖ້າຫາກທ່ານໄດ້ເຂົ້າມາໃນຕະຫລາດແຫ່ງນີ້ ບໍ່ຕ້ອງເປັນຫ່ວງວ່າຈະບໍ່ໄດ້ກິນອາຫານຕາມທີ່ຕົນມັກ ເພາະໃນຕະຫລາດນີ້ ເຂົາເຈົ້າມີຮ້ານອາຫານ ແລະ ຕອບສະຫນອງໄດ້ຕາມທຸກຄວາມຕ້ອງການທີ່ທ່ານສັ່ງ, ຢາກກິນກ້ອຍປາເຄິງທີ່ຫາໄດ້ຍາກໃນນະຄອນຫລວງ ຢູ່ທາງຫລວງນ້ຳທານີ້ກໍ່ມີ ນອກນັ້ນ ທ່ານຍັງຈະໄດ້ລອງຊິມອາຫານແບບດັ້ງເດີມຂອງເຂດເມືອງເຫນືອອີກດ້ວຍ.
ຄົນເລີ່ມຫລາຍຂຶ້ນເລື້ອຍໆປານວ່ານົກອ້ຽງຊິເຂົ້າຮັງ, ຫົວເປັນກ່ຳໆຍ່າງຈົນຊິຫລີກກັນບໍ່ມົ້ມໃນເວລາ 4-8 ໂມງແລງ ຈະ ມີນັກທ່ອງທ່ຽວ, ຜູ້ຄົນສົນລະວົນ.
ໃນເມື່ອກ່ອນ ກໍ່ຍາກທີ່ຈະຫາກິນອາຫານແບບພິເສດຄືຈັ່ງຊີ້ ໄດ້ໃນເຂດເມືອງຫລວງຂອງແຂວງ, ສ່ວນໃຫຍ່ຈະເປັນຍາມເຊົ້າ ເພາະຜູ້ຂາຍຈະວາງຂາຍຕາມແຄມທາງ ແລະ ທ້ອງຖະຫນົນ, ຕອນນີ້ ພຽງແຕ່ທ່ານເດີນທາງບໍ່ໄກຈາກຕົວເມືອງທ່ານສາມາດຕື່ມເຕັມຄວາມອິດຫິວຂອງທ່ານດ້ວຍອາຫານທີ່ແຊບຊ້ອນ ອັນເປັນເອກະລັກດັ່ງເດີມຂອງປະຊາຊົນໃນເຂດນັ້ນ ເຊິ່ງສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວຊົມທີ່ຜ່ານຕາມທາງເລກທີ 3 ອາການປັບປຸງຖືກລິເລີ່ມ ໂດຍທະນາຄານພັດທະນາອາຊີ ໃນປີ 2008 ແລະ 2009 ເຊິ່ງໄດ້ຮັບການຕອບຮັບຈາກຄົນໃນທ້ອງຖິ່ນ ແລະ ຕ່າງຊາດເປັນຢ່າງດີ.