ທອງສິງ ທຳມະວົງ
Appearance
ນາຍົກລັດຖະມົນຕີແຫ່ງ ສ.ປ.ປ.ລາວ ຜູ້ທີ 16 | |
---|---|
In office ແມ່ແບບ:En dash range | |
President | ຈູມມະລີ ໄຊຍະສອນ |
Deputy | ສົມສະຫວາດ ເລັ່ງສະຫວັດ |
Preceded by | ບົວສອນ ບຸບຜາວັນ |
Succeeded by | ທອງລຸນ ສີສຸລິດ |
ປະທານສະພາແຫ່ງຊາດ | |
In office ແມ່ແບບ:En dash range | |
Preceded by | ສະໝານ ວິຍາເກດ |
Succeeded by | ປານີ ຍາທໍ່ຕູ້ |
Personal details | |
Born | 12 ເມສາ ຄ.ສ. 1944 ບ້ານຊ້ອນເໜືອ, ເມືອງວຽງທອງ, ແຂວງຫົວພັນ |
Political party | ພັກປະຊາຊົນປະຕິວັດລາວ |
ທ່ານ ທອງສິງ ທຳມະວົງ ເກີດເມື່ອວັນທີ 12 ເມສາ ຄ.ສ 1944 ທີ່ບ້ານຊ້ອນເໜືອ ເມືອງວຽງທອງ ແຂວງຫົວພັນ. ປັດຈຸບັນດຳລົງຕຳແໜ່ງເປັນກຳມະການກົມການເມືອງສູນກາງພັກ ແລະ ນາຍົກລັດຖະມົນຕີ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເຂົ້າຮ່ວມການປະຕິວັດ ໃນວັນທີ 18 ສິງຫາ ຄ.ສ 1959 ວັນທີເຂົ້າຮ່ວມພັກຢ່າງສົມບູນ ໃນວັນທີ 12 ກໍລະກົດ ຄ.ສ 1967 ເປັນສະມາຊິກສະພາແຫ່ງຊາດລາວ ໂດຍເປັນຜູ້ແທນຂອງແຂວງຫຼວງພະບາງ ເຂດເລືອກຕັ້ງທີ 6. ດຳລົງຕຳແໜ່ງປະທານສະພາແຫ່ງຊາດລະຫວ່າງ ປີ ຄ.ສ 2006 - 2010. ທ່ານເປັນຄົນຊົນເຜົ່າລາວລຸ່ມ, ນັບຖືສາດສະໜາພຸດ ນິກາຍ ເຖຣະວາດ.