Jump to content

ມະຫາປິລະມິດ ແຫ່ງ ກິຊາ

ຈາກ ວິກິພີເດຍ
ມະຫາປີລາມິດ ແຫ່ງ ກີຊາ

ມະຫາປີລາມິດ ແຫ່ງ ກິຊາແມ່ນ ປີລາມິດ ທີ່ ເຈົ້າກຸຟຸ ເປັນຜູ້ນຳພາສ້າງ ແລະ ຖືກັນວ່າ ແມ່ນ ປິລາມິດ ທີ່ ຫຍິ່ງໃຫຍ່ທີ່ສຸດ. ຕັ້ງ ຢູ່ ເມືອງ ກິຊາ ຂອງ ປະເທດເອຢິບ ແລະ ແມ່ນ ພຽງ 7 ສິ່ງມະຫັດສະຈັນ ອັນດຽວ ທີ່ ຍັງຄົງເຫຼືອຢູ່.

ຄວາມເປັນມາ ຂອງ ປີລາມິດ[ດັດແກ້]

3 ປີລາມິດໃຫຍ່ (ທາງໄກສຸດ ແມ່ນ ມະຫາປີລະມິດ)

ໂດຍທົ່ວໄປ ປີລະມິດ ຈະຖືກສ້າງຂຶ້ນ ໂດຍ ເຈົ້າຊີວິດ ປະເທດເອຢິບບູຮານ . ໃນນີ້ ສະໄໝ ແຕ່ ລາດຊະວົງ ທີ່ 3 ຫາ 6 ຂອງ ລາດຊະອານາຈັກເອຢິບບູຮານ ຖືວ່າ ເປັນ ໄລຍະທີ່ ການປຸກສ້າງປິລະມິດ ພັດທະນາສູງສຸດ ບໍ່ວ່າທັງ ໃນດ້ານ ຂະໜາດ ແລະ ເຕັກນິກ ທີ່ ນຳໃຊ້ .

ມະຫາປີລາມິດ ແຫ່ງ ກິຊາ[ດັດແກ້]

ສູງ 146.6m(ປະຈຸບັ 138.8m), ຄວາມກ້ວາງຂອງພື້ນ:230.4m、ຄວາມຊັນ:51 ອົງສາ 50 ລິບດາ, ບໍລິມາດ: ປະມານ 2.6 ລ້ານ m3 ແລະ ຄິດໄລ່ ວ່າ ສ້າງໂດຍ ກອງ ກ້ອນຫີນ ທີ່ ມີນໍ້າໜັກສະເຫຼ່ຍ ປະມານ 2.5 ໂຕນ ທັງໝົດ ປະມານ 2.7 ຫາ 2.8 ລ້ານ ກ້ອນ.