Jump to content

ອານາຈັກຕາມພອນລິງ

ຈາກ ວິກິພີເດຍ
ອານາຈັກຕາມພອນລິງ

ताम्ब्रलिङ्ग
ສະຕະວັດທີ 2–775
ສະຖານະລາຊະອານາຈັກ
ເມືອງຫຼວງນະຄອນສີທຳມະລາດ
ພາສາທົ່ວໄປສັນສະກິດ
ສາສະໜາ
ເຖຣະວາດ
ການປົກຄອງລາຊາທິປະໄຕ
ຍຸກປະຫວັດສາດຍຸກກາງ
• ສະຖາປະນາ
ສະຕະວັດທີ 2
• ຜະໜວກຮວມກັບອານາຈັກສີວິໄຊ
775
ຖັດໄປ
ອານາຈັກສີວິໄຊ
ປັດຈຸບັນເປັນສ່ວນໜຶ່ງຂອງ

ອານາຈັກຕາມພອນລິງ ແມ່ນອານາຈັກບູຮານທີ່ມີມາແຕ່ກ່ອນສະຕະວັດທີ 2 ຕັ້ງຢູ່ບໍລິເວນຄາບສະໝຸດມາລາຍູມີສູນກາງທີ່ອຳເພີເມືອງນະຄອນສີທຳມະລາດໃນປັດຈຸບັນ ຈາກການຄົ້ນພົບເມືອງບູຮານແລະບູຮານວັດຖຸບໍລິເວນບ້ານພະວຽງ ຕຳບົນໃນເມືອງ ອຳເພີອເມືອງ ຈັງຫວັດນະຄອນສີທຳມະລາດ ແລະສິລາຈາລຶກຈາກເມືອງໄຊຍາ ຊຶ່ງປັດຈຸບັນຕັ້ງຢູ່ໃນຈັງຫວັດສຸລາດທານີ ມີອານາເຂດທາງທິດເໜືອເຖິງບໍລິເວນຈັງຫວັດຊຸມພອນໃນປັດຈຸບັນ ທິດໃຕ້ຄອບຄຸມເຖິງບາງສ່ວນຂອງຕອນບົນປະເທດມາເລເຊຍ ແລະດ້ານທິດຕະເວັນອອກ ຕະເວັນຕົກຈະຫຼົດຊາຍທະເລທັ້ງສອງຝັ່ງ ໂດຍຝັ່ງທະເລອັນດາມັນເຖິງບໍລິເວນທີຮຽກວ່າທະເລນອກ ໃນບໍລິເວນຈັງຫວັດກະບີ່ໃນປັດຈຸບັນ ຊ່ວງຍຸກຮຸ່ງເຮືອງລະຫວ່າງສະຕະວັດທີ່ 8 ຈົນເຖິງຕົ້ນສະຕະວັດທີ 9 ອານາຈັກຕາມພອນລິງ ຄອບຄອງດີນແດນສ່ວນໃຫຍ່ບົນຄາບສະໝຸດມາລາຍູແລະກາຍເປັນໜຶ່ງໃນລັດອາຊີຕະເວັນຕົກສຽງໃຕ້ທີ່ໂດດເດ່ນໃນເວລານັ້ນ ຈົນກະທັ່ງໃນປີ 775 ອານາຈັກຕາມພອນລິງເຖິກຄວບຮວມໂດຍອານາຈັກສີວິໄຊແລະກາຍເປັນພຽງລັດໜຶ່ງໃນສີວິໄຊ ຈົນໄດ້ແຍກອອກມາໃນປີ 1230 ໂດຍພະເຈົ້າຈັນທະຣະພານຸ ໂດຍຊື່ ຕາມພອນລິງ ນັ້ນ ໄດ້ມາຈາກຄຳສັນສະກິດ "ຕາມະລະ" ປົນກັບຄຳປາລີ "ຕົມມະພະ" ທັ້ງຄູ່ແປວ່າ ທອງ ສ່ວນ "ລິງຄະ" ເປັນຄຳບອກເພດ